WWW.DENG.US.TT

WELCOME TO THIS WEB SITE

Biệt Ly

mọi sự ra đi đều báo trước nhưng anh không hình dung, khuôn mặt yêu dấu kia lẫn vào những khuôn mặt khác tại sao phải sắp hàng trước một mùa đông sự gỉa dối trở thành thước đo anh không thể vượt qua những rào chắn nhưng bên dưới vẽ tàn phai một buổi chiều nhưng nét mơ hồ của nụ cười xa xăm trong ánh mờ con đường sỏi còn vọng lại những tiếng chân và khi bóng tối dâng lên ngang ngực anh vẫn không tháo đôi chân tê ra khỏi giày bóng tối xúm xít lại, đặc hơn cả thế gian chỉ còn lại, trong túi quần một que diêm duy nhất

http://www.postjung.com

www.hispeedworld.com

ອ່ານຂ່າວປະຈໍາວັນ

7  ສິ່ງຫ້າມຫລັງຈາກກິນເຂົ້າແລ້ວ

1. ຫ້າມສູບຢາ
ມີຜົນການທົດສອບທີ່ພິສູດໂດຍນັກຊ່ຽວຊານແລ້ວວ່າ ການສູບຢາຫລັງກິນອາຫານທຽບເທົ່າກັບການສູບຢາເຖິງ 10 ກອກ (ໂອກາດເປັນມະເຮັງສູງກວ່າ)
2. ຫ້າມກິນຫມາກໄມ້ທັນທີ
ການກິນຫມາກໄມ້ທັນທີຫລັງອາຫານຈະເຮັດໃຫ້ເກິດລົມໃນກະເພາະອາຫານໄດ້ ດັ່ງນັ້ນຄວນກິນຫມາກໄມ້ຫລັງກິນອາຫນໄປແລ້ວ 1-2 ຊົ່ວໂມງ ຫລື ກ່ອນອາຫານ 1 ຊົ່ວໂມງ.
3. ຫ້າມດື່ມນ້ຳຊາ
ເພາະມີຜົນເຮັດໃຫ້ການຍ່ອຍສານໂປຣຕີນໃນອາຫານທີ່ເຮົາກິນເຂົ້າໄປນັ້ນເປັນໄປໄດ້ຍາກຂື້ນ
4. ຫ້າມມາຍສາຍແອວ
ເພາະການມາຍສາຍແອວຫລັງຄາບອາຫານຈະເຮັດໃຫ້ລຳໄສ້ບິດໂຕ ແລະ ອັດຕັນໄດ້
5. ຫ້າມອາບນ້ຳ
ການອາບນ້ຳຈະເພິ່ມແຮງດັນເລືອດໄປສູ່ມື, ແຂນຂາ ແລະ ທົ່ວໂຕ ດັ່ງນັ້ນຈຳນວນເລືອດທີ່ໄປລໍ່ເລື້ອງກະເພາະອາຫານຈຶ່ງລຸດລົງ ຊຶ່ງສົ່ງຜົນໃຫ້ລະບົບການຍ່ອຍອາຫານຂອງກະເພາະເຮົາບໍ່ດີລົງ
6. ຫ້າມຍ່າງໄປມາ
ຄົນທີ່ມັກບອກສະເຫມີວ່າ ການຍ່າງ 100 ກ້າວຫລັງກິນອາຫານຈະເຮັດໃຫ້ອາຍຸຍືນເຖິງ 99 ປີ, ຕາມຂໍ້ເປັນຈິງແລ້ວບໍ່ແມ່ນເລີຍ ການຍ່າງຈະສົ່ງຜົນໃຫ້ລະບົບຍ່ອຍຂອງເຮົາບໍ່ສາມາດດູດຊຶມສານອາຫານທີ່ເຮົາກິນເຂົ້າສູ່ຮ່າງກາຍໄດ້.
7. ຫ້າມນອນຫລັບທັນທີ
ເພາະອາຫານທີ່ເຮົາກິນເຂົ້າໄປຈະບໍ່ສາມາດຍ່ອຍໄດ້ເລີຍ ດັ່ງນັ້ນຈະເຮັດໃຫ້ເກິດໂລກຕິດເຊື້ອ ແລະ ເກິດລົມໃນກະເພາະ ແລະ ລຳໄສ້ຂອງເຮົາໄດ້.

ອ່ານແລ້ວລອງພາກັນເອົາໄປຫັດໃຊ້ກັບຊີວິດປະຈຳວັນຂອງທ່ານລອງເບິ່ງ ຖ້າທ່ານປະຕິບັດໄດ້ດັ່ງທີ່ກ່າວມາຂ້າງເທິງນັ້ນ ຜູ້ບອກຮັບຮອງ ວ່າເປັນຜົນດີຢ່າງຍິ່ງສຳຫລັບທ່ານ
ຮູ້ແລ້ວກະຢ່າລືມໄປບອກໝູ່ຕໍ່ໆກັນເດີ ຈະໄດ້ທຳບຸນໄປໃນຕົວ


NEW! ລະບົບ Triband (GSM 900/1800/1900 MHz)ໜ້າຈໍສີ TFT-LCD 65,536 ສີ ຂະໜາດ 128x160 ພິກເຊວ (1.1")
ຈໍດ້ານນອກ LCD 4,096 ສີ 96x65 ພິກເຊວ

NEW! MFA-M4U
ລະບົບ Dualband(900/1800/1900)
ໜ້າຈໍສີ TFT-LCD 65K
ເຄື່ອງຝາສະໄລຣ
ກ້ອງດິຈິຕອນ 640 x 480 ພິກເຊວ

ລາຍລະອຽດຂອງເຄື່ອງ.

Nokia 7270 - Delightfully impulsive

NEW! Nokia 7270
ລະບົບ Dualband (900/1800)
ໜ້າຈໍສີ TFT-LCD 65K
ກ້ອງດີຈິຕອນ + ວິທະຍຸ FM
້EDGE,IrDA,Bluetooth


ລາຍລະອຽດຂອງເຄື່ອງ.

Nokia 9300 - Leader by Example

NEW! Nokia 9300
ລະບົບ
Triband (900/1800/1900)
ໜ້າຈໍສີ TFT-LCD 65K
ລະບົບ Symbian OS v 7.0s

ຄິບອດ Qwerty ໃນຕົວ
້EDGE,IrDA,Bluetooth

ລາຍລະອຽດຂອງເຄື່ອງ.

O2 XDA lls - Windows Smartphone

NEW! O2 XDA lls
ລະບົບ Dualband (900/1800/1900)
ໜ້າຈໍສຳຜັັດ TFT-LCD 65K
ກ້ອງດີຈິຕອນ + ອໍກາໄນເຊີ
OS : windows mobile 2nd
MMS,Bluetooth,W-Lan

ລາຍລະອຽດຂອງເຄື່ອງ.

LG T5100 - Mega Pixel Camera

NEW! LG T5100
ລະບົບ Dualband (900/1800)
ໜ້າຈໍສີ TFT-LCD 65K

ໜ້າຈສາມາດປັບໄດ້ 270 ອົງສາ

IrDA, GPRS, Email

ກ້ອງດີຈິຕອນ 1.3 ລ້ານພິກເຊວ້

ລາຍລະອຽດຂອງເຄື່ອງ
 

Siemens SF65

NEW! Siemens SF65
ລະບົບ Dualband(900/1800)
ໜ້າຈໍສີ TFT-LCD 65K
ກ້ອງດິຈິຕອນ 1.3 ລ້ານພິກເຊວ
ໜ້າຈໍປັບໄດ້ 360' ອົງສາ

ລາຍລະອຽດຂອງເຄື່ອງ.
ຄວາມຮູ້ກ່ຽວກັບມືຖືUpdate  17-04-04 ໂປຼແກມ ວັດຈະນະນຸກົມໃນມືຖື SmartDict for Nokia Series 60

ວັດຈະນະນຸກົມ ອັງກິດ-ໄທ.ໄທ ¨C ອັງກິດ ມີຄຳສັບຫຼາຍກວ່າ

 46,000 ຄຳ ສັບດ້ວຍກັນການບິບອດັຂໍ້ມູນຫຼາຍຊັ້ນເຮັດໃຫ້ຖ່ານຂໍ້ມູນ

ຄຳສັບນ້ອຍທີ່ຈະໃສ່ລົງໄປໃນໂທລະສັບມືຖືໄດ້ແລະສາມາດຄົ້ນຫາຄຳສັບ

ໄດ້ຢ່າງສະດວກ ແລະ ໄວຂຶ້ນ.

- ມີຄຳສັບຫຼາຍກວ່າ 46,000 ຄຳ
- ສະແດງຜົນໄດ້ຢ່າງຖືກຕ້ອງ
- ສາມາດຄົ້ນຫາສັບໃກ້ຄຽງໄດ້

ໂທລະສັບທີ່ສາມາດໃຊ້ງານໄດ້.

Nokia 3650 6600 3660 N-Gage, Siemens SX1

  Samsung  E-700 ເຄື່ອງລະ 5 ແສນບາດ ເທົ່ານັ້ນ !!!

Olympic Gold Phones ໂທລະສັບລຸ້ນພິເສດຈາກ Samsung ສະຫລອງໂລລິມປິກ 2004

ເມຶ່ອໄວໆນີ້ເວບໄຊ໌ Internet Auction (auction.co.kr) ໄດ້ເປີດປະມູນ Gold Premium Phones (SCH-E470/SPH-E3200/SPH-E3250), ຊຶ່ງລຸ້ນ E 740 ກໍ່ຈະຄືກັບລຸ້ນ E-700 ທີ່ວາງຂາຍໃນປະເທດເຮົາ ຄັ້ງນີ້ samsungເຣັດອອກມາຈຳນວນຈຳກັດພຽງ 1 ພັນເຄື່ອງທົ່ວໂລກ ແລະ 6 ເຄື່ອງທຳອິດໄດ້ປ່ອຍໃຫ້ປະມູນລາຄາໂດຍຄາການປະມູນຕໍ່ເຄື່ອງສູງເຖິງ 5 ແສນບາດ.
samsungສະໜັບສະໜູນຢ່າງເປັນທາງການກັບ 2004 Athens Olympics ໄດ້ເປີດຕົວໂທລະສັບລຸ້ນພິເສດອອກມາສອງ series ຄື "Special Phone" ແລະ "Premium Phone." ໂດຍໂທລະສັບລຸ້ນພິເສດດັງກ່າວນີ້ ຕົວເຄື່ອງເຮັດຈາກທອງຄຳ 18 K ຮອບໆໜ້າຈໍ LCD ຕົວເຄື່ອງເປັນສີທອງແລະທີ່ພິເສດຄື ສ່ວນທີ series numberຈະເປັນຕົວອັກສອນ Athens 0001" ແລະ "Athens 0002 ໄຫລໄປຕະຫຼອດໂດຍສະເພາະຕົວເຄື່ອງ Athens 0001ນັ້ນລາຄາປະມູນໂດຍໄປສູງເຖິງ 2.2ລ້ານວອນ (ສະກຸນເງິນເກົາລີ່)
oh! ແພງຫຼາຍ ທ່ານໃດຕ້ອງການເປັນເຈົ້າກໍ່ຄົງຖ້າການປະມູນເທື່ອໜ້າກະແລ້ວກັນຄົງຈະມີມາແນ່ນອນ. 

 
   

ຕິດຕໍ່ລົງໂຄສະນາໄດ້: 021-263563 020-540 7055

 ຂ່າວຕ່າງປະເທດ
ຈີນສາມາດບັນລຸດ້ານເສດຖະກິດ ໃນ 9 ເດືອນ/2005
 ຂ່າວສານຊິນຮົວ: ໄລ່ມາເຖິງໄຕມາດທີ III  ຂອງປີ 2005 ລະບົບເສດຖະກິດລວມຂອງ ສປ ຈີນ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍມາຮອດທ້າຍເດືອນ 9/2005 GDP ຂອງຈີນສາມາດບັນລຸໄດ້ 9,4% ເຖິງວ່າຕ່ຳກວ່າໄລຍະດຽວກັນຂອງປີ 2004 ປະມານ 0,1% ແຕ່ຄາດວ່າຫມົດປີ 2005 ຈີນຈະສາມາດບັນລຸ GDP ຕາມທີ່ໄດ້ກະໄວ້ ໃນນີ້ການຜະລິດໃນຂົງເຂດອຸດສາຫະກຳ ບັນລຸ 5.045 ຕື້ຢວນ ເພີ່ມຂື້ນ 16,3% ການຜະລິດເຂົ້າໃນລະດູແລ້ງບັນລຸ 106,3 ລ້ານໂຕ ເພີ່ມຂື້ນປະມານ 5,1% ຊີ້ນທຸກປະເພດ ເພີ່ມຂື້ນ 6,7% ແລະ ຜະລິດຕະພັນທາງທະເລເພີ່ມຂື້ນ 3,9% ການນຳເຂົ້າ ແລະ ສົ່ງອອກບັນລຸ 1.024 ຕື້ໂດລາສະຫະລັດ ເພີ່ມຂື້ນ 23,7% ໃນນີ້ ການສົ່ງອອກບັນລຸ 546,42 ຕື້ໂດລາສະຫະລັດ ເພີ່ມຂື້ນ 31,3% ຕົວເລກການນຳເຂົ້າ 478,09 ຕື້ໂດລາສະຫະລັດ ເພີ່ມຂື້ນ 16% ຂົງເຂດການລົງທຶນ 32.223 ໂຄງການ ເພີ່ມຂື້ນ 0,03% ບໍລິມາດທຶນ 130.325 ຕື້ໂດລາສະຫະລັດ ເພີ່ມຂື້ນ 21,81%
 
ຄະນະຜູ້ແທນອົງການນາໂຕ ຢ້ຽມຢາມອູແກຣນ
 ຂ່າວ Reutres: ທ້າຍອາທິດທີ່ຜ່ານມາ ຄະນະຜູ້ແທນອົງການນາໂຕ (NATO) ໂດຍແມ່ນເລຂາທິການນາໂຕ ທ່ານ Yan de Hoop Skheffer ເປັນຫົວຫນ້າໄດ້ເດີນທາງຢ້ຽມຢາມອູແກຣນຢ່າງເປັນທາງການ ໃນໄລຍະຢູ່ຢ້ຽມຢາມອູແກຣນ ຄະນະຜູ້ແທນຂອງອົງການນາໂຕ
ມີແຜນການທີ່ຈະຈັດກອງປະຊຸມຮ່ວມລະຫວ່າງ ຄະນະກຳມະການອູແກຣນ-ນາໂຕ ຊຶ່ງຝ່າຍອູແກຣນຈະມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງ
ການຕ່າງປະເທດ ທ່ານ Boris Tarashuk ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ Anatoly Grisenko ເຂົ້າຮ່ວມ ຊຶ່ງບັນຫາ
ຕົ້ນຕໍໃນການປຶກສາຫາລືກັນນັ້ນ ແມ່ນການຮ່ວມມືກັນລະຫວ່າງອົງການນາໂຕ ແລະ ອູແກຣນ ໃນການຮັກສາຄວາມປອດໄພຂອງຂົງເຂດ ພ້ອມດຽວກັນນີ້ທີ່ນະຄອນຫລວງກີແອບ ກໍຈະມີການພົບປະຫາລືກັນ ລະຫວ່າງຕົວແທນຂອງນາໂຕກັບຄະນະກຳມາທິການປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບຂອງອູແກຣນອີກດ້ວຍ.
 
ຊີລີປະຕິເສດການກ່າວຫາວ່າມີສ່ວນກ່ຽວຂ້ອງກັບການລອບສັງຫານ ນາຍົກລີບັງ
 ຂ່າວສານຫວຽດນາມ: ບົດລາຍງານຂອງຄະນະກຳມະການກວດກາສາກົນ ກ່ຽວກັບຄະດີຄາດຕະກຳອະດີດນາຍົກລັດຖະມົນຕີລີບັງ ທ່ານ ຮາຣີຣີ ຊື່ງລາຍງານຕໍ່ເລຂາທິການໃຫຍ່ອົງການ ສປຊ ທ່ານ ໂກຟີ ອານັນ ໄດ້ຖືກເປີດເຜີຍວ່າ ຜົນການກວດການເບື້ອງຕົ້ນໄດ້ຊີ້ໃຫ້ເຫັນວ່າ ຜູ້ນຳຊີລີ ແລະ ປະທານາທິບໍດີລີບັງອາດມີສ່ວນຮ່ວມໃນຄະດີຄາດຕະກຳ ພາຍຫລັງທີ່ບົດລາຍງານໄດ້ຖືກເປີດເຜີຍ ທ່ານ Oalid Mualim ລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະເທດ ສະຫະລັດ ໄດ້ອອກມາຖະແຫລງວ່າ ສະຫະລັດ ແລະ ຝຣັ່ງ ພວມພະຍາຍາມທີ່ຈະດຳເນີນ
ການຂວ້ຳບາດທາງດ້ານເສດຖະກິດຕໍ່ຊີລີ ໂດຍຜ່ານອົງການ ສປຊ ເພື່ອເປັນການຕອບແທນການປະຕິບັດແຜນການດັ່ງກ່າວຂອງຊີລີ.
  ທາງດ້ານຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຊີລີ ທ່ານ Ahamed Anus ກໍໄດ້ອອກມາຕອບໂຕ້ວ່າ ຊີລີ ເປັນປະເທດທີ່ຖືກເຄາະ
ຮ້າຍ ໂດຍຖືກຕູ່ຫາວ່າມີການຮ່ວມມືໃນຄະດີດັ່ງກ່າວ ແລະ ຊີລີກໍພ້ອມທີ່ຈະພິສູດໃຫ້ເຫັນ ຄວາມບໍລິສຸດຂອງຕົນຕໍ່ທຸກການກວດກາສາກົນ ກ່ຽວກັບບັນຫາດັ່ງກ່າວ ພ້ອມດຽວກັນນີ້ ທູດຊີລີ ປະຈຳສະຫະລັດ ໄດ້ອອກມາປະຕິເສດຕໍ່ບົດລາຍງານດັ່ງກ່າວວ່າ ຊີລີ ບໍ່ມີສ່ວນກ່ຽວຂ້ອງກັບ
ການຖືກສັງຫານຂອງອະດີດນາຍົກລັດຖະມົນຕີຂອງລີບັງ ແຕ່ປະການໃດ.

* ຄັດຈາກ: ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ 26-10-2005

 
ຈີນອອກກົດເຫລັກຄຸມການສະເຫນີຂ່າວໃນອິນເຕີຣ໌ເນັດ
 image/china.jpgໃນທ້າຍອາທິດທີ່ຜ່ານມາລັດຖະບານຈີນໄດ້ອອກກົດຄວບຄຸມການສະເຫນີຂ່າວສານໃນອິນເຕີຣ໌ເນັດໃຫມ່ ທີ່ຈະມີຜົນຄວບ
ຄຸມ ຂໍ້ມູນຄວາມເຫັນຕ່າງໆໃນເວັບໄຊທ໌ນຳ
ສຳນັກຂ່າວຊິນຫົວຂອງຈີນໄດ້ລາຍງານວ່າ: ລັດຖະບານຈີນໄດ້ເລີ່ມອອກກົດຄວບຄຸມການສະເຫນີຂ່າວສານເທິງ
ອິນເຕີຣ໌ເນັດ ທີ່ຈະມີການປ້ອງກັນບໍ່ໃຫ້ມີການສະເຫນີຂໍ້ມູນ ທີ່ເຮັດໃຫ້ກະທົບຕໍ່ຄວາມຫມັ້ນຄົງຂອງປະເທດ ໂດຍ
ຂ່າວ ຫລື ຂໍ້ມູນເທິງອິນເຕີຣ໌ເນັດນັ້ນຈະຕ້ອງເຮັດຫນ້າທີ່ຮັບໃຊ້ປະຊາຊົນ ແລະ ລະບອບສັງຄົມນິຍົມ ພ້ອມກັບ
ແນະແນວທາງເພື່ອຜົນປະໂຫຍດຕໍ່ປະເທດ ແລະ ປະຊາຊົນຈີນ ເຮັດໃຫ້ສຳນັກຂ່າວທີ່ຈະສະເຫນີຂ່າວສານ
ເທິງອິນເຕີຣ໌ເນັດ ຈຳເປັນຕ້ອງໄປລົງທະບຽນກັບລັດຖະບານຈີນກ່ອນ ເພື່ອຈະຂໍອະນຸຍາດໃນການສະເຫນີຂ່າວ
ສານໄດ້ ນອກຈາກນີ້ຍັງມີຫນ່ວຍງານ
cyber police
ທີ່ຈະຄອຍເບິ່ງແຍງຂໍ້ມູນຕ່າງໆເທິງອິນເຕີຣ໌ ແລະ ລຶບຄວາມເຫັນຕ່າງໆທີ່ເປັນການ
ວິພາກວິຈານລັດຖະບານຈີນ ຫລື ມີຂໍ້ມູນທີ່ຄອນຂ້າງເປັນເລື່ອງທີ່ອ່ອນໄຫວກັບປະເທດ ໂດຍກ່ອນຫນ້ານີ້ກໍ່ມີການຄວບຄຸມການໃຊ້ງານ ບອຣ໌ດ
ສະແດງຄວາມຄິດເຫັນຂອງນັກສຶກສາຂອງມະຫາວິທະຍາໄລຕ່າງໆ ທີ່ເປັນຊ່ອງທາງໃນການວິພາກວິຈານລັດຖະບານ ເຮັດໃຫ້ນັກສຶກສາທີ່
ຈະໃຊ້ບອຣ໌ດສະແດງຄວາມຄິດເຫັນ ຕ້ອງລົງທະບຽນໃຊ້ຊື່ແທ້ນາມສະກຸນຈິງໃນການໂພສຂໍ້ຄວາມເທົ່ານັ້ນ.
Intel ເປິດໂຕຊິບ Xeon ລຸ້ນໃຫມ່ທີ່ເນັ້ນການປະຫຍັດພະລັງງານ
image/intel.gifໃນວັນຈັນທີ່ຜ່ານມາ Intelໄດ້ທຳການເປິດໂຕຊິບປະມວນຜົນ Xeon ແບບ single-core ລຸ້ນໃຫມ່
ລ່າສຸດທີ່ຈະເນັ້ນໃນການປະຫຍັດພະລັງງານຫລາຍກວ່າຊິບລຸ້ນປົກກະຕິ

ໂດຍຊິບປະມວນຜົນທີ່ຖືກເປິດໂຕນັ້ນຈະເປັນລຸ້ນ Xeon LV 3GHz ແລະ Xeon MV 3.2GHz ທີ່ຈະໃຊ້ພະລັງງານໄຟຟ້າ 55 ວັດ ແລະ 90 ວັດຕາມລຳດັບ ໃນຂະນະທີ່ຊິບXeon ລຸ້ນ 3.8GHz ລຸ້ນປົກກະຕິນັ້ນຈະໃຊ້ພະລັງງານໄຟຟ້າ 110 ວັດ ຊຶ່ງນອກຈາກການປະຫຍັດພະລັງ
ງານໄຟຟ້າທີ່ໃຊ້ແລ້ວ ຈະຍັງຊ່ວຍລຸດຄວາມຮ້ອນທີ່ເກີດຂື້ນໃນເວລາທີ່ເຮັດວຽກໄດ້ນຳອີກ ເຮັດໃຫ້ລຸດໂອກາດທີ່ຈະເກີດບັນຫາຄວາມຮ້ອນ
ສູງໄດ້ ແລະ ການອອກແບບລະບົບລະບາຍຄວາມຮ້ອນກໍ່ເຮັດໄດ້ງ່າຍຂື້ນ ໂດຍສະເພາະການໃຊ້ງານໃນເຊີຣ໌ເວີຣຸແບບ ທີ່ຈະມີການວາງ
ຊ້ອນໆກັນຫລາຍຊຸດໃນຕູ້ແຣັດຊຸດດຽວກັນ ເຮັດໃຫ້ເກີດຄວາມຮ້ອນສະສົມໄດ້ງ່າຍ.

ລູກຄ້າໂວຍຫນ້າຈໍ iPod Nano ເປັນຮອຍໄດ້ງ່າຍ
image/ipodnano.jpgເລີ່ມມີລູກຄ້າທີ່ຊື້ iPod Nano ໄປຫລາຍຄົນໄດ້ສະແດງຄວາມບໍ່ພໍໃຈກັບຫນ້າຈໍສະແດງຜົນຂອງ iPod Nano ທີ່ເປັນຮອຍຂີດຫວ້າຍໄດ້ງ່າຍຫລາຍ

ຫລັງຈາກທີ່ Apple Computer ໄດ້ທຳການເປິດໂຕ iPod Nano  ເຄື່ອງຫລີ້ນເພລງດິຈິຕໍລຸ້ນລ່າສຸດ ທີ່ມີຈຸດ
ເດັ່ນຢູ່ທີ່ຄວາມບາງຂອງໂຕເຄື່ອງໄປເມື່ອຜ່ານມານີ້ນັ້ນ ກໍ່ໄດ້ມີລູກຄ້າທີ່ຊື້
iPod Nano
ຫລາຍຄົນອອກມາສະແດງ
ຄວາມເຫັນເທິງເວັບບອຣ໌ດຂອງ
Apple  ວ່າພົບເຫັນບັນຫາທີ່ຫນ້າຈໍຂອງ iPod Nano
 ນັ້ນເປັນຮອຍຂີດຫວ້າຍໄດ້
ງ່າຍຫລາຍ ລວມເຖິງບັນຫາອື່ນໆເຊັ່ນຫນ້າຈໍແຕກ ບໍ່ສາມາດໃຊ້ງານໄດ້ໂດຍບໍ່ຮູ້ສາເຫດ ໂດຍຜູ້ໃຊ້ຫລາຍຄົນ
ຮຽກຮ້ອງໃຫ້
Apple ເອີ້ນຄືນ  iPod Nano
ທີ່ສົ່ງອອກຂາຍໄປ ເພື່ອເອົາໄປປ່ຽນຫນ້າຈໍສະແດງຜົນ ເປັນແບບໃຫມ່
ທີ່ມີຄວາມທົນທານຫລາຍກວ່ານີ້ ນອກຈາກນີ້ຮ້ານຮັບແປງເຄື່ອງ
 iPod ບາງຮ້ານເຊັ່ນ  iPodResQ ກໍ່ໄດ້ປະກາດຂື້ນລາຄາອະໄຫລ່ ແລະ ຄ່າສ້ອມແປງຫນ້າຈໍຂອງ  iPod Nano ຊົ່ວຄາວເນື່ອງຈາກຈຳນວນອະໄຫລ່ທີ່ມີນັ້ນ ບໍ່ພໍກັບຈຳນວນທີ່ຕ້ອງການໃນເວລານີ້ ໂດຍ Apple
ກໍ່ຍັງ
ບໍ່ໄດ້ອອກມາໃຫ້ຄວາມເຫັນໃດໆເລີຍໃນເລື່ອງດັ່ງກ່າວ

Apple ອອກ patch ອັດຊ່ອງໂຫວ່ໃຫມ່ Mac OS X 
image/apple.jpgApple Computer ໄດ້ເປິດດາວນ໌ໂຫລດ patch  ອັດຊ່ອງໂຫວ່ລະບົບປະຕິບັດການ  Mac OS X ທີ່ພົບເຫັນຈຳນວນ 10 ແຫ່ງ

ໃນທ້າຍອາທິດທີ່ຜ່ານມາ Apple Computer  ໄດ້ເປິດໃຫ້ຜູ້ໃຊ້ລະບົບປະຕິບັດການ Mac OS X ເວີຣ໌ຊັ່ນ 10.3.9 ແລະ 10.4.2 ດາວນ໌ໂຫລດ ອັດຊ່ອງໂຫວ່ລະບົບໄປຕິດຕັ້ງ ເພື່ອແກ້ໄຂບັນຫາຊ່ອງໂຫວ່ລະບົບທີ່ພົບເຫັນ ຊຶ່ງ Symantec ບໍລິສັດທີ່ຊ່ຽວຊານດ້ານລະບົບຄວາມປອດໄພຂອງຄອມພິວເຕີຣ໌ ແລະ French Security Incident Response Team ໄດ້ໃຫ້ຄວາມເຫັນວ່າຊ່ອງໂຫວ່ລະບົບທີ່ພົບໃນ OS X ນັ້ນຄ່ອນຂ້າງມີຄວາມສ່ຽງທີ່ຈະສ້າງບັນຫາດ້ານຄວາມປອດໄພ
ຫລາຍ ແລະ ຜູ້ໃຊ້ຈຳເປັນຕ້ອງຕິດຕ້ອງ
 patchດັ່ງກ່າວໂດຍໄວທີ່ສຸດ ເພື່ອປ້ອງກັນບັນຫາທີ່ຈະເກີດຂື້ນ ໂດຍຜູ້ໃຊ້ສາມາດດາວນ໌ໂຫລດ  patch ໄດ້ຈາກເວັບໄຊທ໌ຂອງ
 Apple ຫລື ຜ່ານລະບົບອັບເດດຂອງ OS X  ຊຶ່ງກ່ອນຫນ້ານີ້ນັ້ນໃນໄລຍະເດືອນທີ່ຜ່ານມາ Apple ເຊິ່ງຫາກໍ່
ຈະເປິດດາວນ໌ໂຫລດ
patchແກ້ໄຂບັນຫາຊ່ອງໂຫວ່ທີ່ພົບເຫັນໄປເຖິງ 44 ຈຸດດ້ວຍກັນ.

* ຄັດຈາກ: ສູນຂ່າວສານ IT ພັນທິບ, ສະບັບວັນທີ 29-09-2005

ການ​ເຈລະຈາ​ບັນຫານິວ​ເຄຼຍລະ​ຫວ່າງຝຣັ່ງ ​ເຢຍລະ​ມັນ​ ​ອັງກິດ ກັບ​ອີຣານໄດ້ສິ້ນ​ສຸດ​ລົງ​ແລ້ວ

 ຕາມ​ຂ່າວCRI ວັນ​ທີ 11 ມີນາ ການ​ເຈລະຈາກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງອີຣານ​​ລະຫວ່າງ​ຝຣັ່ງ ​ເຢຍລະ​ມັນ ອັງກິດ​ກັບ​ອີຣານ ທີ່​ຈັດ​ຂຶ້ນ​ຢູ່​ເຊີ​ແນວໄດ້​ສິ້ນ​ສຸດ​ລົງ​​ແລ້ວ, ຕາມ​ເຜີຍ​ໃຫ້​ຮູ້​ວ່າ  ກາ​ນ​ເຈລະຈາ​​ເທື່ອ​ນີ້​ບໍ່​ໄດ້​ມີ​ການ​ຄືບ​ຫນ້າ​ທີ່​ມີ​ລັກສະນະ​ທາດ​ແທ້​ແຕ່​ຢ່າງ​ໃດ,​ ແຕ່​ສອງ​ຝ່າຍ​​ໄດ້ຕົກລົງ​ຈັດການ​ເຈລະຈາ​​ຊັ້ນ​ສູງ​ອີກ​ເທື່ອ​ຫນຶ່ງ​ໃນ​ທ້າຍ​ເດືອນ​ມີນາ

ໃນ​ມື້​ດຽວ​ກັນ​  ​ໃນ​ຈົດ​ຫມາຍສະບັບ​ຫນຶ່ງ​ທີ່​ອັງກິດ ຝຣັ່ງ ​ເຢຍລະ​ມັນ​ມອບ​ໃຫ້​​ລຸກຊຳ​ບັວກ ປະ​ເທດ​ປະທານ​ຝຽນ​ຂອງສະຫະພາບ​ເອີ​ລົບ​ໄດ້​ຂຽນ​ວ່າ ຖ້າ​ອີຣານບໍ່​ເຄົາລົບ​ສັນຍາ​ທີ່​ໄດ້​ເຊັນ​ກັນ​ກັບ​ສະຫະພາບ​ເອີ​ລົບ ຟື້ນ​ຟູ​ການ​ກັ່ນ​ເອົາ​ອູ​ລາ​ນີອົມ​ຂຸ້ນ​ຄືນ​ໃຫມ່​ແລ້ວ ສະຫະພາບ​ເອີ​ລົບ​ຈະ​ສະຫນັບ ສະຫນູນການມອບ​ບັນຫາ​ນິວ​ເຄຼຍຂອງ​ອີຣານ​ໃຫ້​ສະພາ​ຄວາມ​ຫມັ້ນຄົງຂອງ​ອົງການສະຫະ​ປະຊາ​ຊາດພ້ອມ​ກັນ​ນັ້ນທ່ານ​ນາງ​ໄລ​ສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​​ເມ​ລິ​ກາ​ປະກາດ​ວ່າ ທ່ານປະທານາທິບໍດີ​​ບຸ​ສ ໄດ້​ຕົກລົງວ່າອາ​ເມ​ລິ​ກາບໍ່​ຄັດຄ້ານ​​ອີຣານຮ້ອງ​ຂໍ​ເຂົ້າ​ຮ່ວມອົງການ​ການ​ຄ້າ​ໂລກ​ອີກ. ທ່ານ​ນາງ​ໄລ​ສ໌ ກ່າວ​ວ່າ  ການ​ຕົກລົງ​ໃຫມ່​ຂອງ​ອາ​ເມ​ລິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ ຝ່າຍ​ອາ​ເມ​ລິ​ກາ​ຍິນ​ດີ​ໃຊ້​ບາດກ້າວ​ຕົວ​ຈິງ​ສະຫນັບສະຫນູນ​ໃຫ້​ສະຫະພາບ​ເອີ​ລົບ​ບັນ​ລຸ​ເປົ້າ​ຫມາຍ​ຂອງ​ເຂົາ.
ນອກ​ນີ້ ຂ່າວ​ແຈ້ງວ່າ  ວັນ​ທີ 11 ມີນາ ທ່ານຮາ​ຊັນ ​ລູຮາ​ນີ ​ເລຂາ​ຄະນະ​ກຳມະການ​ຄວາມ​ປອດ​ໄພ​ສູງ​ສຸດ​ແຫ່ງ​ຊາດ​ອີຣານ ຜູ່​ແທນ​ເຈລະຈາ​ຜູ່​ທີ​ຫນື່ງກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ໄດ້​ກ່າວ​ລຶ້ມວ່າ​ອີຣານຫວັງ​​ໃຫ້​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ດ້ວຍ​ພາຫະນະ​ການທູດ.
* ແຫລ່ງຂ່າວຈາກ: China Radio International

ໂດຍ: ວຽງສອນ ວົງສ໌ຄຳ ວັນທີ: 14/3/2548 ເວລາ: 10:46 ສົ່ງຄໍາຄິດເຫັນ (0)
ຣັດ​ເຊຍ​ເຕືອນ​ສະຫະພາບ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ຢ່າ​ກໍ່​ເລື່ອງ​ກໍ່​ລາວ​ກ່ຽວ​ກັບ​ບັນ​ຫາ​ເຊ​ເຊັນ

   ຕາມ​ຂ່າວ CRI: ວັນ​ທີ 12 ມີນາ ຂ່າວສານ​ອິນ​ເທີ​​ແຟກສ໌ລາຍ​ງານ​ວ່າ,ຫວ່າງ​ມໍ່ໆ​ນີ້ ທ່ານ​ເຟ​ໂດ​ທົຟ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ,ຣັດ​ເຊຍ​ໄດ້ກ່າວ​ເຕືອນ​​ສະຫະພາບ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ຢ່າ​ຍື່ນ​ຍັດຕິ​ກ່ຽວ​ກັບ​ບັນຫາ​ເຊ​ເຊັນ​ໃຫ້​ກອງ​ປະຊຸມ​ສິດທິ​ມະນຸດ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ຈະ​ໄຂຂຶ້ນ​ໃນ​ວັນ​ທີ 14 ມີນາ.

ທ່ານ​ເຟ​ໂດ​ທົຟ​ເວົ້າວ່າ,​ ໃນ​ບັນຫາ​ເຊ​ເຊັນ, ຣັດ​ເຊຍ​ບໍ່​ເຄີຍ​ປະຕິ​ເສດ​ການ​ຮ່ວມ​ມື​ກັບ​ປະຊາ​ຄົມ​ໂລກ​ຈັກ​ເທື່ອ,​ ແຕ່ຣັດ​ເຊຍ​ບໍ່​ອະນຸຍາດ​ໃຫ້​ບຸກຄົນ​ໃດໆ​ນຳ​ໃຊ້​ບັນຫາ​ເຊ​ເຊັນ​​ເພື່ອ​ຊອກ​ຫາ​ຜົນ​ປະ​ໂຫຍດ​ການ​ເມືອງ. ກ່ອນ​ໜ້າ​ນີ້, ປະ​ເທດ​ສະຫະພາບ​ເອີ​ລົບ​ ແລະ ​ອາ​ເມ​ລິ​ກາ​ໄດ້​ສວຍ​ໃຊ້​ກອງ​ປະຊຸມ​ສິດທິ​ມະນຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ມາ​ຕິຕຽນ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະບານ​ຣັດ​ເຊຍທີ່​ຢູ່​ກັຟກັສ​ເໜືອ 5 ປີ​ລຽນຕິດ.

* ແຫລ່ງຂ່າວຈາກ: China Radio International

ໂດຍ: ວຽງສອນ ວົງສ໌ຄຳ ວັນທີ: 14/3/2548 ເວລາ: 10:33 ສົ່ງຄໍາຄິດເຫັນ (0)
ຍີ່​ປຸ່ນວາງ​ຍຸດ​ທະ​ສາດ​ຂ່າວ​ກອງ​ເພື່ອ​ເປີດ​ກວ້າງ​ຂອບ​ເຂດ​ເກັບ​​ໂຮມຂ່າວ​ກອງ

ຕາມ​ຂ່າວສານ​ຊິນ​ຮວາ  ຕາມ​ຫນັງ​ສື​ພິມມາ​ອິນິຈິ​ຊິນ​ບູນຍີ່​ປຸ່ນສະບັບວັນ​ທີ 13 ມີນາ​ລາຍ​ງານ​ວ່າ ກົມປ້ອງ​ກັນ​ຂອງ​ຍີ່​ປຸ່ນຈະ​ເພີ່ມ​ທະວີ​ວຽກ​ງານ​​ເກັບ​​ກຳຂ່າວ​ກອງ​ທາງ​ດາວ​ທຽມ,​ ຂະຫຍາຍ​ຂອບ​ເຂດ​ເກັບກຳຂ່າວ​ກອງ​ໃຫ້​ກວ້າງ​ອອກ​ຕື່ມ​ອີກ
  ຕາມ​ຫນັງສືພິມມາ​ອິນິຈິ​ຊິນ​ບູນ ລາຍ​ງານ​ວ່າ ຕາມ​ແຜນການ​ຍຸດ​ທະ​ສາດ​ຂ່າວ​ກອງ​ທີ່​ກົມປ້ອງ​ກັນຂອງຍີ່​ປຸ່ນວາງ​ອອກ​ໃນ​ຫວ່າງ​ມໍ່ໆ​ນີ້, ຂອບ​ເຂດ​ເກັບ​​ກຳຂ່າວ​ກອງຂອງ​ຍີ່ປຸ່ນ​ຫຼັງ​ຈາກ​ໄດ້​ເປີດ​ກວ້າງ​ແລ້ວຈະ​ຂະຫຍາຍຈາກ​ອາຊີ​ຕາ​ເວັນ​ອອກ​ໄປ​ຮອດພາກ​ພື້ນ​ຕາ​ເວັນ​ອອກກາງຈົນ​ຮອດ​ປະ​ເທດ​ອາ​ຟຼິກາສ່ວນ​ຫນຶ່ງ, ​ແຜນການດັ່ງກ່າວ​ຍັງມີ​ເຈດ​ຈຳນົງ​ໃຫ້ອອກ​ແຮງ​ຊຸກຍູ້​ກົນ​ໄກ​ໃຊ້​ຂ່າວ​ກອງ​ນຳກັນລະຫວ່າງ​ກອງ​ປ້ອງກັນ​ຕົວ​ຂອງຍີ່​ປຸ່ນ ​ແລະ ​ກອງ​ທະຫານ​ອາ​ເມ​ລິ​ກາ, ຂ້ຽວ​​​ເລັ່ງ​ໃຫ້ກອງ​ປ້ອງກັນ​ຕົວ​ຂອງ​ຍີ່​ປຸ່ນກັບ​ກອງ​ທະຫານ​ອາ​​ເມ​ລິ​ກາ​ເຊື່ອມ​ໂຍງ​ເຂົ້າກັນ​​​ໃນ​ດ້ານເກັບກຳ ແລະ ນຳ​ໃຊ້ຂ່າວ​ກອງ.

* ແຫລ່ງຂ່າວຈາກ: China Radio International

ໂດຍ: ວຽງສອນ ວົງສ໌ຄຳ ວັນທີ: 14/3/2548 ເວລາ: 10:26 ສົ່ງຄໍາຄິດເຫັນ (0)
ຜູ້ປະກອບ​ອາວຸດ​ອີຣັກ​ນາບ​ຂູ່​​ອີກ​ວ່າ​ຈະ​ຂ້າ​ຕົວ​ປະ​ກັນ​ຊາວ​ຟີ​ລິບ​ປິນ

  ຕາມ​ຂ່າວສານ​ຊິນ​ຮວາ,​ ໃນງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທåQ​ມີນາ, ທ່ານ​ໂລ​ມູ​ໂລ ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນ​ໄດ້​ຢືນຢັນ​ວ່າ, ຜູ້ປະ​ກອບ​ອາວຸດ​ອີຣັກນາບ​ຂູ່​ລັດ​ຖະ​ບານ​ຟີ​ລິບ​ປິນວ່າ,ຕ້ອງຖອນ​ຄົນ​ງານ​ທັງ​ໝົດ​ອອກ​ຈາກ​ອີຣັກ​ ແລະ​ ຕັດຂາດ​ການ​ພົວ​ພັນ​ການ​ຮ່ວມ​ມື​ການ​ທະ​ຫານ​ກັບ​ອາ​ເມ​ລິ​ກາ, ຖ້າ​ບໍ່​ດັ່ງ​ນັ້ນ​ກໍ​ຈະ​ຂ້າ​ຄົນ​ງານ​ຟີ​ລິບ​ປິນຜູ້​ໜຶ່ງ​ທີ່​ຖືກ​ລັກ​ພາ​ຕົວ​ໃນ​ວັນ​ທåI​ພະຈິກ​ປີ​ກາຍ​ນີ້.

ທ່ານ​ໂລ​ມູ​ໂລ​ກ່າວ​ວ່າ, ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນ​ໄດ້​ແຕ່ງ​ໜ່ວຍ​ພິ​ເສດ​ໜ່ວຍ​ໜຶ່ງ​ໄປ​ອີຣັກ,ປະສານ​ງານ​ແກ້​ໄຂ​ວິ​ກິດ​ການ​ຕົວ​ປະກັນ, ​ເພື່ອ​ຮັບປະກັນ​ຕົວ​ປະກັນ​ໄດ້​ຮັບ​ການ​ປ່ອຍ​ຕົວ​ຢ່າງ​ປອດ​ໄພ.

* ແຫລ່ງຂ່າວຈາກ: China Radio International

ໂດຍ: ວຽງສອນ ວົງສ໌ຄຳ ວັນທີ: 11/3/2548 ເວລາ: 10:11 ສົ່ງຄໍາຄິດເຫັນ (0)
ລັດ​ທິ​ຫຼາຍ​ຝ່າຍ​ແມ່ນ​ອາ​ວຸດ​ອັນ​ສັກ​ສິດ​ໃນ​ການ​ຮັກສາ​ສັນຕິ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ໂລກ

  ຕາມ​ຂ່າວ​CRI:​ວັນ​ທີ 9 ມີນາ,ຢູ່​ມາ​ດຼິດ,​ ທ່ານ​ຊາ​ປາ​ເຕ​ໂຣ ນາຍ​ກົກ​ລັດຖະ​ມົນຕີ​ແອ​ສປາຍ​ໄດ້​ພົບ​ປະ​ທ່ານ​ອານ​ນານ ​ເລ​ຂາທິ​ການ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ໄປ​ຢ້ຽມ​ຢາມ.​ສ ອງ​ຝ່າຍ​ພ້ອມ​ກັນ​ຊີ້​ອອກ​ວ່າ,​ລັດທິ​ຫຼາຍ​ຝ່າຍ ການ​ຮ່ວມ​ມື​ລະຫວ່າງ​ຊາດ​ ແລະ​ ການ​ໂຄ​ລົບ​ກົດ​ໝາຍ​ລະ​ຫວ່າງ​ຊາດ​ແມ່ນ​ອາວຸດ​ອັນ​ສັກ​ສິດໃນ​ການ​ປົກ​ປັກ​ຮັກສາ​ສັນຕິ​ພາບ​ ແລະ​ ຄວາມ​ປອດ​ໄພ​ຂອງ​ໂລກ.

ທ່ານ​ຊາ​ປາ​ເຕ​ໂຣ ​ແລະ​ ທ່ານ​ອານ​ນານ​ ໄດ້​​​ເຈາະ​ຈົງ​ຫາລື​ບັນຫາ​ຈະ​ກຳ​ຈົດ​ຮາກ​ເຫງົ້າ​ເກີດ​ລັດທິ​ກໍ່​ການ​ຮ້າຍ​ແນວ​ໃດ. ທ່ານ​ອານ​ນານ​ກ່າວ​ເນັ້ນ​ວ່າ,​ ປະຊາ​ຄົມ​ໂລກ​ຕ້ອງ​ເອົາ​​ໃຈ​ໃສ່​ນຳ​ບັນ​ຫາ​ການ​ພັດ​ທະນາ ​ໃນ​ຂະນະ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ພາຍ​​ໃຕ້​ຂອບ​ກົດ​ໝາຍ.

ທ່ານ​ອານ​ນານ​ເລີ່ມ​ຢ້ຽມ​ຢາມ​​ແອ​ສປາຍ​ເປັນ​ເວ​ລາສັ້ນ​​ແຕ່​ວັນ​ທີ 10 ມີນາ. ​ທ່ານ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສາ​ກົນ​ພາຍ​ໃຕ້​ຫົວ​ຂໍ້" ປະ​ຊາ​ທິປະ​ໄຕ ຕ້ານ​ລັດທິ​ກໍ່​ການ​ຮ້າຍ​​ແລະ​ຄວາມ​ປອດ​ໄພ​"ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ມີນາ​ເພື່ອ​ລະ​ລຶກ​ເຫດ​ການ​ລະ​ເບີດ​ກໍ່​ການ​ຮ້າຍ 11 ມີນາ​.

* ແຫລ່ງຂ່າວຈາກ: China Radio International

ໂດຍ: ວຽງສອນ ວົງສ໌ຄຳ ວັນທີ: 11/3/2548 ເວລາ: 10:07 ສົ່ງຄໍາຄິດເຫັນ (0)
ເຂດ​ທີ່​ເກີດ​ເຫດການ​ຫມູ່​ຄະນະ​ເປັນ​ເບື່ອ​ຂອງຟິລິບ​ປິນ​​ເຂົ້າສູ່​ສະພາວະ​ໄພພິບັດ​

  ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 10 ມີນາ, ທ່ານ​ນາງ​ອາ​ໂລ​​ໂຢ ປະທານາທິບໍດີ​ຟິລິບ​ປິນ​ປະກາດ​ວ່າ,​ ເມືອງ​ມາ​ບີ​ນີ​ແຂວງ​ໂບ​ໂຮ​ນທີ່​ເກີດ​ເຫດການ​ນັກຮຽນ​ປະ​ຖົມ​ເປັນ​ເບື່ອ​ເປັນ​ຫມູ່​ຄະນະ​ໄດ້​ເຂົ້າສູ່​ສະພາວະ​ໄພພິບັດ.

ໃນ​ຂະນະ​ດຽວ​ກັນ, ທ່ານ​ນາງ​ອາ​​ໂລ​ໂຢປະກາດ​ວ່າ,ຈະ​ເບີກ​ເງິນ​ລາຍ​ສະ​ເພາະ​ຈາກ​ກອງ​ທຶນ​ກູ້​ໄພ​ແຫ່ງ​ຊາດ,​ ໃຊ້​ເຂົ້າ​ໃນ​ການ​ປິ່ນປົວ​ຜູ້​ຖືກ​ທຳຮ້າຍ​ ແລະ​ ຝັງຜູ້​ປະສົບ​ເຄາະ​ຮ້າຍ. ທ່ານ​ນາງ​ອາ​ໂລ​ໂຢຍັງ​ສັ່ງ​ໃຫ້​ກອງ​ຕຳຫລວດ​ແຫ່ງ​ຊາດ ​ແລະ​ ກະຊວງ​ສາທາລະນະ​ສຸກ​ຮ່ວມ​ກັນ​ສືບສວນ, ​ເພື່ອ​ຊອກ​ຮູ້​ສາ​ເຫດ​ຂອງ​ເຫດການ​ເປັນ​ເບື່ອ​ເທື່ອ​ນີ້.

ພາຍຫລັງ​ນັກຮຽນ 476 ຄົນ​ຂອງ​ໂຮງຮຽນຊານ ​ໂຈ​ເຊ​ເມືອງ​ມາ​ບີ​ນີ​ໄດ້​ກິນ​ຂະຫນົມ​ມັນຕົ້ນທີ່​ຊື້​ກັບ​ພໍ່ຄ້າ​ຢູ່​ມໍ່​ໂຮງຮຽນ​​ໃນ​ວັນ​ທີ 9 ມີນາ ແລ້ວກໍ່​ຮູ້ສຶກ​ເຈັບທ້ອງ,​ ແລະ ​ຖືກ​ສົ່ງ​ໄປ​ໂຮງໝໍ​ຕາມ​ໆ ກັນ. ນັບ​ມາ​ຮອດ​ປະຈຸ​ບັນ,​ ເຫດການ​ເປັນ​ເບື່ອ​ລາຍ​ນີ້​ໄດ້​ພາ​ໃຫ້​ນັກຮຽນຢ່າງ​ຫນ້ອຍ 27 ຄົນ​ເສຍ​ຊີວິດ,105 ຄົນ​ນອນ​ປິ່ນປົວ​ຢູ່​​ໂຮງໝໍ. ວັນ​ທີ 10 ມີນາ, ຜູ້​ຊ່ຽວຊານ​ຂອງ​ກະຊວງ​ສາທາລະນະ​ສຸກ​ຟິລິບ​ປິນກ່າວ​ວ່າ, ຕາມ​ການ​ສືບສວນ​ໃນ​ເບື້ອງ​ຕົ້ນ,​ໃນ​ຂະໜົມມັນຕົ້ນມີ cyanide ນີ້​ອາດ​ຈະ​ແມ່ນ​ສາ​ເຫດ​ທີ່​ພາ​ໃຫ້​ພວກ​ເຂົາ​ເຈົ້າ​ເປັນ​ເບື່ອ.

* ແຫລ່ງຂ່າວຈາກ: China Radio International

 

Consonants                         

Lao Roman   Lao Roman   Lao Roman   Lao Roman   Lao Roman
k   d   hf   hh   ຫລ hl
hk   t   ph   ຫງ hng   ຫຼ L
kh   th   f   ຫຍ hy   ຫວ hv (V)
ng   th   m   ຫນ hn   o
j   n   y   N   h
s   b   r   ຫມ hm   x R
x   p   l   M      
ny   hp   v (w)   ຫຣ hr      
 

Vowels, Tones and Special Symbols

Lao Roman   Lao Roman   Lao Roman   Lao Roman   Lao Roman
xະ a   ເx ee   ເxືອ eua   xົກ o   x 1
xັກ a   ແxະ e'   xົວ ua'   xັອກ o'   x 2
xາ aa   ແx ae   xັວ ua'   xອກ oh   x 3
xິ i   ໂxະ o   xົວ ua   xວກ ua   x 4
xີ ii   ໂx oo   ໄx ai   ເxັຍ ia'   x *
xຶ ue   ເxາະ o'   ໃx ay   ເxຍ ia   &
xື eu   x oh   ເxົາ ao   xຽກ ia   #
xຸ u   ເxິ oe   x am   xັຍ ayy      
xູ uu   ເxີ er   ເxັກ e   xັມ amm      
ເxະ e   ເxືອ eua'   ແxັກ e'            
 

ຂຽນພາສາວຫຼິ້ນ

 

oadlndlk]k; 0tcso’glf4tduf muj,tsk;umtpkw]d5pgpuo ll s;Pfok,

Sinh vieân Laøo khoa kinh teá taïi tröôøng ñaïi hoïc Qui Nhôn

 ຄຸນຄ່າຂອງເວລາ

* ການເວລາໃນໂລກນີ້...........ຫາກມີເທົ່າທຽມກັນ
ມີກາງຄືນກາງເວັນ............ແບ່ງປັນວັນມື້
ມະນຸດຄືຄົນຕັ້ງ..............ກະຕວງຄິດໄລ່
ຊາວສີຊົ່ວໂມງບອກໄວ້...........ຄືມື້ເມື່ອຍາມ

* ພໍເມື່ອໄປຊົມໃຊ້..............ການເວລາຫາກຜິດບ່ຽງ
ບາງຄົນພຽນກໍ່ສ້າງ............ຂະຫຍັນທ້າຕໍ່ງານ
ເຮັດວຽກບໍ່ກຽດຄ້ານ............ຂັນແຂ່ງກັບເວລາ
ຂັນອາສາຊູງານ..............ບໍ່ບ່າຍບຽງເບືອນບ້ຽວ

* ບາງຄົນທຽວຫາຫຼິ້ນ............ງານການບໍ່ຂ້ອງກ່ຽວ
ທຽວແຕ່ຄອຍຈ່າຍໃຊ້............ມູນເຄົ້າເກົ່າເດີມ
ບໍ່ຊ່າງເຮັດຊ່າງເພີ້ມ.............ເຕີມຕື່ມຫາກຳໄລ
ໃຊ້ຈ່າຍໄປເລີຍໝົດໄປ............ຫ້ຽນບໍ່ຍັງພໍນ້ອຍ

* ບາງຄົນຄອຍຊົມໃຊ້.............ສຳອອຍນຳພໍ່ພໍ່ແມ່
ບໍ່ຊ່ອຍເຮັດຊ່ອຍແກ້.............ຫາສ້າງຕໍ່ເຕີມ
ຍິ່ງໃຊ້ໄປກໍ່ຍິ່ງເພີ້ມ..............ພອຍທຸກທະວີຄູນ
ບຸນບໍ່ຫາມາເສີມ............PHONG VÂN's Avatar...ຊ້ຳກໍ່ກຳເວນໃດ

* ເໝືອນດັ່ງຄືຄົນໃບ້.............ຫູໜັກເບື້ອງບອດ
ບໍ່ຮູ້ຈັກປະໂຫຍດສ້າງ...........ສູນສິ້ນຄ່າຄົນ
ບໍ່ຮູ້ຈັກຄິດຄົ້ນ..............ສ້າງຢູ່ກະທຳກິນ
ລິນແຕ່ໄຫສຸລາ.............ຈີບຕາຍແຕ່ສາວນ້ອຍ

* ຫລອຍແຕ່ຫາລວງລໍ້.........ລໍວັນລວງໂລບ
ຫລອກລ່າຍຕົວະຜູ້ອື່ນຫີ້ນ.......ບໍ່ຢຸດສິ້ນກໍ່ກັມ
ຍິ່ງຂີ້ຮ້າຍຜັດແຫ່ງຊ້ຳ.........ເສີມຊົ່ວມົວອະບາຍ
ຄົນແນວນີ້ ຄັນບໍ່ຕາຍກະຄືຕາຍ....ທ່ຽງຈິງໂດຍແທ້

* ກົງກັນຂ້າມ ຄົນຜູ້ແລຫລິງໜ້າ......ການໄກໍ່ປະໂຫຍດ
ຮູ້ຈັກໂທດບ່ອນເບື້ອງ..........ບໍ່ລວງລໍ້ຕໍ່ຜູ້ໃດ
ກາຍກັບໃຈຫັນຫ້າວ..........ອາສາງານເຂີນຂາດ
ແຂ່ງເວລາທີ່ລວງພົ້ນ..........ທະວີເພີ້ມຄ່າງານ

* ຊື່ວ່າຜູ້ຢັ່ງຮູ້..............ຄຸນຄ່າຂອງເວລາ
ສາຍານາມຂອງເຂົາ..........ກໍ່ອາດເປັນບັນດິດໄດ້
ເຮັດແນວໃດບໍ່ລໍຖ້າ..........ການເວລາມາໄລ່
ສອງຕົວຢ່າງທີ່ກ່ວໄວ້..........ສະເໜີຄົ້ນຄິເອົາ ທ່ານເອີຍ!!!

game_online's Avatar
             
          co 1 thien than chao toi va hoi "ban uoc dieu gi " . Toi cuoi va noi rang " toi uoc nhung dieu may man va hanh phuc se den voi nguoi dang doc tin nhan nay..!!! ___*yeu*______*yeu*_*yeu*_______*yeu*___ __*yeu*__________*yeu*__________*yeu*___ __*yeu*________________________*yeu*____ ___*yeu*________*_Loves_*_____*yeu*_____ ____*yeu*____________________*yeu*______ ______*yeu*________________*yeu*________ ________*yeu*____________*yeu*__________ __________*yeu*________*yeu*____________ ____________*yeu*____*yeu*______________ ______________*yeu**yeu*________________ Chung ta song tren doi nay khong phai de tim thay 1 nguoi yeu thuong ma hay luon yeu thuong .Gui di cho nhieu nguoi nhe' ! gui tat ca nhung nguoi` ban than yeu cua toi              

 

 

mu,oadlndlk]k;muj,tsk;umtpkw]d5pgpuo

                     
 
ຈັບສະຫລາກແບ່ງສາຍ ກິລາແຫ່ງຊາດ ຄັ້ງທີ VII
2 ທ່ານໄດ້ໃຫ້ຄະແນນ ບົດເລື່ອງນີ້.
ເປັນທີ່ແນ່ນອນແລ້ວວ່າ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ VII ຫລື ໄດໂນເສົາເກມ ຈະມີຂຶ້ນລະຫວ່າງວັນທີ 13-21 ທັນວາ
2005 ທີ່ແຂວງສະຫວັນນະເຂດ ເປັນເຈົ້າພາບ ເພາະວ່າໃນວັນທີ 31 ຕຸລາ 2005 ໄດ້ມີກອງປະຊຸມບັນດາຄະນະນຳນັກກິລາທົ່ວປະ
ເທດ ຈັດຂຶ້ນຢູ່ແຂວງສະຫວັນນະເຂດ ໂດຍມີທ່ານ ວິໄລວັນ ພົມເຂ ເຈົ້າແຂວງ ແລະ ທ່ານດຣ. ພູທອງ ແສງອາຄົມ ປະທານຄະນະ
ກຳມະການກິລາແຫ່ງຊາດ ເປັນປະທານຮ່ວມ.
ໃນກອງປະຊຸມ ໄດ້ມີການແຈ້ງສະພາບການກະກຽມກິລາແຫ່ງຊາດ ໂດຍສະເພາະ ກໍແມ່ນກະກຽມສະຫນາມແຂ່ງຂັນ ອຸປະ
ກອນ ສະຖານທີ່ພັກເຊົາຂອງຄະນະນຳ ອະນຸກຳມະການຕ່າງໆ ນັກກິລາ ລວມເຖິງຕະຫລາດນັດ ແລະ ພິທີເປີດ-ປິດງານມະຫາກຳ
ກິລາແຫ່ງຊາດເທື່ອນີ້ ເຊິ່ງມາຮອດປັດຈຸບັນ ມີຄວາມພ້ອມເກືອບ 100% ແລ້ວ.
ງານມະຫາກຳກິລາແຫ່ງຊາດເທື່ອນີ້ ຈະມີແຂ່ງຂັນ 22 ປະເພດ ໃນນັ້ນ ຄະນະກຳມະການໄດ້ຈັດແບ່ງອອກເປັນ 4 ປະເພດ
ຄື: ກິລາແລ່ນ-ລານ ແລະ ລອຍນ້ຳ ເປັນກິລາພາກບັງຄັບ ສ່ວນປະເພດທົ່ວໄປ ມີ ດອກປີກໄກ່ ມວຍສາກົນ ເຕະບານ ຍິງປືນ ປິງປ໋ອງ
ເທຄວັນໂດ ເທັນນິດ ບານສົ່ງ ມວຍລາວ ກະຕໍ້-ເປຕັງ ຊ່ວງເຮືອປະເພນີ ເຮືອກາໂນ-ກາຍັກ ກອ໊ຟ ສະຫນຸກເກີ ລົດຖີບ ແລະບານບ້ວງ ສ່ວນປະເພດກິລາພື້ນເມືອງ ປະກອບດ້ວຍ ຫມາກຂ່າງ ແລະ ຫນ້າເກັກ ປະເພດ 4 ແມ່ນກິລາເຂົ້າໃຫມ່ ຄື: ຢູໂດ.
ເຖິງແນວໃດກໍຕາມ ສະເພາະກິລາທີ່ການແຂ່ງຂັນ ມີຄວາມຈຳເປັນແບ່ງສາຍ ແມ່ນໄດ້ຈັບສະຫລາກຮຽບຮ້ອຍແລ້ວ ດັ່ງນີ້:
ເຕະບານເພດຊາຍ ມີ 18 ຄະນະ ເຂົ້າຮ່ວມ:
ສາຍ A:
1. ກະຊວງ ປ.ກ.ສ
2. ທະນາຄານ
3. ນະຄອນຫລວງວຽງຈັນ
4. ແຂວງອັດຕະປື
5. ແຂວງຄຳມ່ວນ
ສາຍ B:
1. ແຂວງຈຳປາສັກ
2. ແຂວງວຽງຈັນ
3. ແຂວງຫົວພັນ
4. ແຂວງສາລະວັນ
5. ແຂວງຫລວງພະບາງ
ສາຍ C:
1. ກະຊວງປ້ອງກັນປະເທດ
2. ບໍລິຄຳໄຊ
3. ກະຊວງອຸດສາຫະກຳ
4. ແຂວງເຊກອງ
ສາຍ D:
1.ແຂວງສະຫວັນນະເຂດ(ເຈົ້າພາບ)
2. ແຂວງຊຽງຂວາງ
3. ກະຊວງການຄ້າ
4. ກະຊວງ ຄ.ຂ.ປ.ກ
ເຖິງແນວໃດກໍຕາມ ສະເພາະກິລາເຕະບານ ໄດ້ມີລາຍງານຈາກກອງປະຊຸມຊາບວ່າ: ສະເພາະແຂວງຊຽງຂວາງ ຍັງມີບັນ ຫາ ດ້ານຄວາມພ້ອມຂອງນັກກິລາ ສະນັ້ນ ຖ້າຊຽງຂວາງ ບໍ່ສາມາດເຂົ້າຮ່ວມໄດ້ ກໍຈະເລື່ອນເອົາແຂວງຫລວງພະບາງ ທີ່ຢູ່ສາຍ B ມາແທນ ຖ້າຊຽງຂວາງ ເຂົ້າໄດ້ ທຸກຢ່າງກໍຢູ່ຕາມການຈັບສະຫລາກແບ່ງສາຍ ເທື່ອນີ້.
ເຕະບານຍິງ ມີ 6 ຄະນະ ເຂົ້າຮ່ວມ:
ສາຍ A:
1. ນະຄອນຫລວງ
2. ສະຫວັນນະເຂດ (ເຈົ້າພາບ)
3. ຄຳມ່ວນ
ສາຍ B:
1. ແຂວງວຽງຈັນ
2. ໄຊຍະບູລີ
3. ກະຊວງສຶກສາ
ບານສົ່ງໃນຮົ່ມເພດຊາຍ ມີ 14 ຄະນະ
ສາຍ A:
1. ນະຄອນຫລວງ
2. ຊຽງຂວາງ
3. ກະຊວງປ້ອງກັນປະເທດ
4. ກະຊວງ ຄ.ຂ.ປ.ກ
ສາຍ B:
1. ແຂວງວຽງຈັນ
2. ກະຊວງອຸດສາຫະກຳ
3. ແຂວງຄຳມ່ວນ
4. ແຂວງຈຳປາສັກ
ສາຍ C:
1. ແຂວງອັດຕະປື
2. ບໍລິຄຳໄຊ
3. ກະຊວງກະສິກຳ
ສາຍ D:
1. ສະຫວັນນະເຂດ (ເຈົ້າພາບ)
2. ໄຊຍະບູລີ
3. ສາລະວັນ
ບານສົ່ງໃນຮົ່ມເພດຍິງ ມີ 10 ຄະນະ
ສາຍ A:
1. ກະຊວງກະສິກຳ
2. ກະຊວງ ປ.ກ.ສ
3. ໄຊຍະບູລີ
4. ນະຄອນຫລວງ
5. ຫລວງພະບາງ
ສາຍ B:
1. ສະຫວັນນະເຂດ (ເຈົ້າພາບ)
2. ຈຳປາສັກ
3. ບໍລິຄຳໄຊ
4. ກະຊວງປ້ອງກັນປະເທດ
5. ສາລະວັນ
ບານສົ່ງຫາດຊາຍ (ເພດຊາຍ) ມີ 11 ຄະນະ
ສາຍ A:
1. ອັດຕະປື
2. ແຂວງວຽງຈັນ
3. ສະຫວັນນະເຂດ
4. ສາລະວັນ
5. ກະຊວງປ້ອງກັນປະເທດ
ສາຍ B:
1. ໄຊຍະບູລີ
2. ຈຳປາສັກ
3. ຊຽງຂວາງ
4. ນະຄອນຫລວງ
5. ກະຊວງສຶກສາ
6. ແຂວງຄຳມ່ວນ
ບານສົ່ງຫາດຊາຍ (ເພດຍິງ) ມີ 5 ຄະນະ
1. ນະຄອນຫລວງ
2. ໄຊຍະບູລີ
3. ສະຫວັນນະເຂດ
4. ກະຊວງສຶກສາ
5. ຈຳປາສັກ
ບານບ້ວງຊາຍ ມີ 6 ຄະນະ
ສາຍ A:
1. ກະຊວງສຶກສາ
2. ສະຫວັນນະເຂດ
3. ຈຳປາສັກ
ສາຍ B:
1. ນະຄອນຫລວງວຽງຈັນ
2. ຄຳມ່ວນ
3. ຫລວງພະບາງ
ບານບ້ວງຍິງ ມີ 5 ຄະນະ
1. ກະຊວງສຶກສາ
2. ຈຳປາສັກ
3. ຫລວງພະບາງ
4. ນະຄອນຫລວງ
5. ສະຫວັນນະເຂດ

ຄັດມາຈາກ : www.vientianemai.net 03 ພະຈິກ 2005 - ໂດຍ: ນ.ສ.ພ ວຽງຈັນໃໝ່
                     

 http://www.sendflirt.com

http://www.ftv.com

http://www.snapmania.com

http://www.apple.com

http://resources.bravenet.com

http://epage.com

http://www.teentelevision.com

http://www.trendyflash.com

http://www.anh2.net

http://www.smileminutes.com

http://www.sms.ac

http://www.lovehappens.com

 

                     
 
 Make 20% commission!
 
 InstrumentPro
 5 Star Affiliate Programs
 Partnercentric
 CoProsper
 Earn top commission of 25%

LeaderMarkets.com

 Manage and sell your own banners.
 Lifetime commission with classifieds
co 1 thien than chao toi va hoi "ban uoc dieu gi " . Toi cuoi va noi rang " toi uoc nhung dieu may man va hanh phuc se den voi nguoi dang doc tin nhan nay..!!! ___*yeu*______*yeu*_*yeu*_______*yeu*___ __*yeu*__________*yeu*__________*yeu*___ __*yeu*________________________*yeu*____ ___*yeu*________*_Loves_*_____*yeu*_____ ____*yeu*____________________*yeu*______ ______*yeu*________________*yeu*________ ________*yeu*____________*yeu*__________ __________*yeu*________*yeu*____________ ____________*yeu*____*yeu*______________ ______________*yeu**yeu*________________ Chung ta song tren doi nay khong phai de tim thay 1 nguoi yeu thuong ma hay luon yeu thuong .Gui di cho nhieu nguoi nhe' ! gui tat ca nhung nguoi` ban than yeu cua toi
                     
                       
                       
                       
                       
                       
                       

Create a Free Website